วันพุธที่ 14 กันยายน พ.ศ. 2554

ຊະນະສັນທະ(ບົດວິຈານ)

- ວັນນະກັມເຣື່ອງນີ້ ໜ້າຈະເປັນຕອນທີ່ພຣະເຈົ້າປັດເສນທີ່ໂກສົນ ພ້ອມກັບພຣະນາງມັລລິກາເທວີ ເຂົ້າເຝົ້າພຣະພຸດທະເຈົ້າ ແລ້ວຊົງທູລຖາມເຣື່ອງໃນພຣະສຸບິນນິມິຕ ພຣະຜູ້ມີພຣະພາກເຈົ້າຊົງຕັດ ພະຍາກຣນ໌ ແລະກໍຊົງສັ່ງສອນວ່າ "ປາງນັ້ນປັດເສນເຈົ້າຊົງສິນບໍ່ໃຫ້ຂາດ ມີສັດທາທ່ຽງໝັ້ນ ບໍ່ໄລ ມ້າງທອດທານ ກັບທັງມັລລິກາແກ້ວ ເທວີທຽມພ່າງ ປາງນັ້ນ, ສິນຫ້າຕັ້ງແລງເຊົ້າບໍ່ໄດ້ໄລ ກັບ ທັງສິນແປດຕັ້ງ ພຽນແຕ່ງວັນອຸໂປສົດ" ເປັນຕົ້ນ ໃນວັນນະກັມເລື່ອງນີ້ ຄະນະວັນນະຄະດີ ຄັດ ລອກເປັນອັກສອນລາວ, ພຣະເມທີວໍຣະຄຸນ ຄຳຜຸນ ພິລາວົງ ກໍໄດ້ຮຽບຮຽງເປັນປຶ້ມ ດ້ວຍອັກ ສອນລາວສະໄໝ, ສ່ວນທາງໄທຍ໌ນັ້ນພຣະອະຣິຍານຸວັດ ເຂມະຈາຣີ ໄດ້ປະຣິວັດເປັນອັກສອນໄທຍ໌ ແຕ່ຄົງໄວ້ເຊິ່ງສຳນວນລາວໄວ້ ໂດຍໂຄງການມະຫາວິທະຍາໄລສຣີນະຄະຣິນວິໂຣດ ມະຫາສາຣະ ຄາມ ເປັນລັກສະນະເທສໂວຫານ ໂດຍແບ່ງເປັນຕອນໆໄວ້, ເຫັນວ່າການທີ່ທາງໄທຍ໌ ຂຽນໜັງສື ນີ້ໄວ້ດ້ວຍອັກສອນໄທຍ໌ ແຕ່ບໍ່ສາມາດປ່ຽນເນື້ອຄວາມ ແລະສຽງພາສາໄປເປັນພາສາໄທຍ໌ໄດ້ນັ້ນ, ເພາະກອນລາວປະເພດວິສຸມາລີ ຫຼືກອນອ່ານທັມມະດານັ້ນ ສາມາດແຕ່ງໃຫ້ມ່ວນ ແມ່ນແຕ່ງດ້ວຍ ພາສາສຳນວນລາວເທົ່ານັ້ນ ຈຶ່ງມ່ວນເພາະວ່າ ສຽງໃນພາສາລາວຈະອ່ອນຊ້ອຍໄປຕາມອັກສອນ ຫຼາຍກວ່າສຽງໃນພາສາໄທຍ໌ ແຕ່ການທີ່ໄທຍ໌ຖືໜັງສືຍອດຄຳສອນຊະນະສັນທະ ເປັນມໍຣະດົກ ໄທຍ໌ ທ້ອງຖິ່ນອີສານ ເພາະອີສານເອງກໍໃຊ້ພາສາລາວ ແລະເຄີຍເປັນສ່ວນໜຶ່ງຂອງລ້ານຊ້າງ ມາກ່ອນ ວັນນະກັມຊະນະສັນທະ ຈຶ່ງເປັນວັນນະກັມຣວມ ຂອງລາວ-ອີສານ, ໃນໜັງສືຍອດ ຄຳ ສອນຊະນະສັນທະນີ້ ຜູ້ແຕ່ງໄດ້ເອົາຄຳສອນໃນທາງພຸດທະສາສນາ ເປັນເຄົ້າເຣື່ອງແລ້ວສອດແຊກ ຄວາມເຊື່ອ, ຈາຣີດ, ປະເພນີ ແລະຄະຕິນິຍົມເຂອງລາວຊາວລ້ານຊ້າງຂົ້າ ມາປະມວນເປັນຄຳສອນ ໃຫ້ຄົນລາວທັງໝົດຕັ້ງຢູ່ໃນສິນທັມ.
- ໃນໜັງສືຊະນະສັນທະ ຂອງສະພາຈັນທະບູຣີພິມນັ້ນ ທ່ານມະຫາຈູມ ຈິນດາພົດ ຂ້າຣາຊະການ ກອງວັນນະຄະດີ ໄດ້ໃນທັດສະນະວ່າ "ອາດແຕ່ງຂຶ້ນໃນສະໄໝພຣະເຈົ້າໂພທິສາຣະຣາດ ແລະ ກ່ອນພຣະອົງຈະສະເດັດສະວັນນະຄົດເລັກນ້ອຍ ເພາະເຫັນກ່ຽວພັນກັບຣາຊະທູດ  ໑໕ ປະເທດ ເຂົ້າເຝົ້າພຣະອົງທີ່ສະໜາມຄ້ອງຊ້າງ, ເພາະເຫັນຄຳວ່າ : ຄັນຈັກຕົກແຕ່ງໃຫ້ທູຕາປ່ອງເມືອງໃດ ກໍດີ, ໃຫ້ມີທວນຍອງທັງປືນໄຟ ດາບດີວາງໄຫ້ ກັບທັງອາພອນຜ້າ ຜືນດີໃຫ້ໄປນຸ່ງ ຄັນດາກັບ ກ່າຍເຂົ້າ ມາແລ້ວຂາບຖວາຍ ນັ້ນດາຍ".
- ອີກຢ່າງໜຶ່ງ ໃນບົດວິເຄາະຂອງມະຫາຈູມ ຈິນດາພໄດ ຍັງໄດ້ເວົ້າວ່າ :"ແຕ່ງລຸນໜັງສືເຣື່ອງຂຸນບູ ຣົມ ສະບັບທຳອິດນັ້ນ, ເພາະເຫັນກອນ ບົດໜຶ່ງຂອງກອນນັ້ນໃນບັ້ນສອນນາງນັກສະໜົມບົດ ໜຶ່ງວ່າ ເຈົ້າຫາກເປັນຊາດແກ້ວ ໃຫ້ໃສສ່ອງສະເໝີໂຄມ ຢ່າໃຫ້ກາຍເປັນຫີນ ແຮ່ສະຄອມແຄມນ້ຳ ບັດນີ້ຂຸນບູຣົມເຖົ້າ ສອນນາງສະໃພ້ອ່ອນ ແລ້ວທໍ່ນີ້ຖວາຍໄວ້ຍອດຄຸນ ກ່ອນແລ້ວ".
ແລະອີກບົດໜຶ່ງ ບັ້ນຕອນສອນເຈົ້ານາຍວ່າ "ຄັນຢາກໄດ້ຂອງໄພ່ຊາວເມືອງ ຣາຄາມີທໍ່ໃດ ໃຫ້ເຂົາ ໝົດຖ້ວນ ຢ່າໄດ້ມີຄວາມເວົ້າພາຍລຸນຈັ່ງຊິສົ່ງ ເຂົາຫາກເປັນໃພ່ນ້ອຍ ກົວຢ້ານບໍ່ອາດ ຖາມເຈົ້າ ເອີຍ, ອັນນີ້ຂຸນບູຣົມເຖົ້າສອນບາເຈັດອ່ອນ ຍາມໄປທົວທ່ອນທ້າວ ເປັນເຈົ້າສູ່ພຣະອົງ ນັ້ນແລ້ວ".
- ຢ່າງໃດກໍຕາມ ໜັງສືຊະນະສັນທະນີ້ ພົບຫຼາຍໃນພູມີພາກຂອງປະເທດລາວ, ໃນດິນແດນອີສານ ເກືອບທຸກແຂວງໆ ທັງໃນລ້ານນາ ອັນນີ້ບໍ່ເປັນເລື່ອງແປກ ເພາະອີສານເຄີຍເປັນໜຶ່ງໃນອານຈັກ ລ້ານຊ້າງ ສ່ວນລ້ານນານັ້ນ ເປັນເມືອງຄູ່ແຜດຂອງລ້ານຊ້າງ ຍ່ອມມີການສົ່ງຕໍ່ ແລະຖ່າຍທອດວັດ ທະນະທັມເປັນທັມມະດານັ້ນເອງ.
- ວັນນະກັມຊະນະສັນທະ ຖືເປັນວັນນະກັມສຸດຍອດທາງພຸດທະສາສນາ ທີ່ໄດ້ສ້າງພຶດຕິກັມທາງ ວັດທະນະທັມ, ຈາຣີດ, ປະເພນີ, ຄວາມເຊື່ອ, ວີທິຄິດ ກາຍເປັນວັດທະນະທັມທີ່ມີອັດຕະລັກ ຂອງຕົນ.
- ປັດຈຸບັນ ຄົນລາວເຮົາກໍຍັງສືບຕໍ່ທາງວັດທະນະທັມທາງພຶດຕິກັມນັ້ນຢູ່ ຢ່າງເລີກໆໃນຫົວໃຈ ເຊັ່ນການຮັກນວນສະຫງວນຕົວຂອງຜູ້ຍິງ, ການຖືຮີດຜົວຄອງເມັຍຂອງຄູ່ຄອງ, ການປະຕິບັດຕົນ ຕໍ່ພຣະສົງສະມະເນນ, ການເຂົ້າວັດ, ການໃຫ້ທານ ແຕ່ປັດຈຸບັນນີ້ສັງຄົມລາວກ້າວເຂົາ ສູ່ຍຸກຂອງ ເສດຖະກິດ ການເຂົ້າວັດຟັງທັມອາດຊິຂາດຫາຍໄປເລັກໆນ້ອຍໃນຄົນບາງກຸ່ມ ໂດຍສະເພາະ ໃນ ສັງຄົມເມືອງ ສະນັ້ນ, ທີ່ວັດວຽງຈະເຣີນ ຈຶ່ງໄດ້ນໍາເອົາໜັງສືຊະນະສັນທະມາເທດ ໃນວັນສິນ ໗-໘, ໑໔ ແລະ ໑໕ ຄໍ່າ ຕລອດພັນສານີ້ ວັນລະ ໓໐ ນາທີ ກ່ອນຈະໄຫວ້ພຣະ, ຮັບສິນ, ນັ່ງສະມາທິ.
- ທ່ານໃດ ຢາກຈະຟັງທັມ ຢາກນັ່ງສະມາທິ ໄຫວ້ພຣະ ກໍຂໍເຊີນມາຍັງວັດວຽງຈະເລີນກ່ອນ ໑໗,໓໐ ໂມງ.
- ບາງຕອນຂອງຍອດຄຳສອນ ຊະນະສັນທະ ນັ້ນຕິດຕາມອ່ານໄປເລື້ອຍໆດັ່ງນີ້:
ບັ້ນພິເສດ ໑ ນາມຄາຖາບັ້ນ.
- ນະໂມ ຕັດສະແກ້ວ ອຸອະເປັນທີ່ເພິ່ງ
ພັນເຕໝາຍເພິ່ງເຈົ້າ ຄຸນແຫ້ວໜ່ວຍສາມ.
ຂໍໃຫ້ເວຣາຮ້າຍ ຫາຍເສັຍໜີຫຼີກ
ຢ່າໄດ້ເນົາຢູ່ຄ້າງ ຄີງຂ້າດັ່ງໃດ ແດ່ທ້ອນ.

- ເກສາຜົມເກດເກົ້າ ຕ່າງດອກມາລາ
ຍໍຍື່ນຖວາຍບູຊາ ແກ່ອົງພຸດໂທເຈົ້າ
ທັດສະມີສິບນິ້ວ ໄລລາເໜືອຂະໝ່ອມ
ຕົນຕົວ ເປັນດັ່ງຜາງປະທີບໄຕ້ ບູຊາແກ້ວ ໜໍ່ພຸດໂທ.

- ແມ່ນວ່າທຸກສິ່ງສ້ຽງ ໃນນອກກາໂຍ ຮຽມນີ້.
ຂໍມອບມວນບູຊາ ຍອດພຣະໄຕຄຸນຄໍ້າ
ຄືວ່າທັມສົງພ້ອມ ໂຄດົມດວງປະເສີດ
ິຈິດໃຈ ຂໍໃຫ້ເປັນດັ່ງ ນຳ້ມັນໄຕ້ໃຫ້ຮຸ່ງເຮືອງ
ກັບທັງຈັກຂຸແກ້ວ ຕາຮຽມສອງໜ່ວຍ ກໍດີທ້ອນ.

- ຂໍໃຫ້ເປັນດັ່ງທຽນທູບໄຕ້ ບູຊາແກ້ວພຣະຍອດຄຸນ.
ອັນວ່າຫູສອງເບື້ອງ ຂໍບູຊາພຸດທະບາດ
ເປັນດັ່ງເຂົ້າຕອກທັງດອກໄມ້ ນາງຟ້າຫວ່ານຖວາຍ ນັ້ນຖ້ອນ
ອັນວ່າໂທໂສພ້ອມ ໂຣຄາປິຕຸຄາດ ກໍດີ

- ຢ່າໄດ້ເກາະກ່ຽວຂ້ອງ ຄາເນື້ອແຫ່ງຮຽມ ແດ່ເນີ
ອັນວ່າໂຈໂຣພ້ອມ ອະທິກັມຫຼາຍສິ່ງ ກໍກີ
ຢ່າໄດ້ມາບຽດຂ້າ ຂໍຕັ້ງຕໍ່ບຸນ ພຣະເອີຍ
ສິດທິໂຣຄາພ້ອມ ໄຊໂຍດວງປະເສີດ

- ມັງຄະລະເລີດລໍ້າ ຕົວຂ້າຢູ່ກະເສີມ ແດ່ທ້ອນ
ຂຸຂາຈັນທະໂຣຄາພ້ອມ ໄຍໂຍຍອດຍິ່ງ
ຈິ່ງມານຳແນບຂ້າ ສະເທີນລໍ້າຢູ່ຍືນ ແດ່ທ້ອນ.
ບັດນີ້ ຂ່າຈັກແປເອົາພື້ນ ໃນທັມໄຂອ່ານ ຈິງແລ້ວ
ຊື່ວ່າພຣະຍາສັນທະຣາດເຈົ້າ ສອນຂ້າໄພ່ພົນ ນັ້ນແລ້ວ
ແລະອື່ນໆໆໆໆ

ບັ້ນພິເສດ ໒ ສັດຖາຈິນດາບັ້ນ.
- ບັດນີ້ຖ້າຈັກ່າວເຖິງເຈົ້າ ອົງເອກະພະສັດຖາ ກ່ອນແລ້ວ
ຍາມເມື່ອປາຣະມີເຖິງ ໂມກຂະທັມທວນແຈ້ງ
ເຊັ່ງວ່າສັບພັນຍຸເຈົ້າ ຕົນເປັນຄູສອນໂລກ ເຮົານີ້
ໂຜດສັດໄຕ້ລຸ່ມຟ້າ ໃຫ້ເວນຮ້າຍຫ່າງຄິງ ນັ້ນແລ້ວ

- ພຣະກໍທຣົງຢູ່ສ້າງ ປ່າເຊດຕາວັນຫຼວງ
ກໍຫາກເປັນອາຮາມ ໃຫຍ່ງາມພໍພ້ຽງ
ພຣະກໍພາວະນາພ້ອມ ເມດຕາທັມທຸກເຊົ້າຄໍ່າ
ອະພິນຍານຢັ່ງຮູ້ ເຫັນແຈ້ງຊູ່ອັນ.

- ແຕ່ນັ້ນມີເອກະຣາດເຈົ້າ ຕົນໜຶ່ງຣາຊາ
ຊື່ພຣະຍາປັດເສນ ໂລກລືໄທອ້າງ
ພຣະກໍເນົາສະຖິກສ້າງ ສາວັດຖີເມືອງໃຫຍ່
ເປັນທີ່ໃຕ້ລຸ່ມຟ້າ ເຂົາຢ້ານຢ່ອນຂາມ ຫັ້ນແລ້ວ

- ພຣະອົງຢູ່ຈິ່ມໃກ້ ວັດໃຫຍ່ອາຮາມຫຼວງ
ພໍປະມານຫຼຽວ ເຫຼືອດຕາເຫັນໄດ້
ພຣະຍານັ້ນໂມໂຫດ້ວຍ ເງິນຄໍາທຸກສິ່ງ
ຜິເອົາຂອງໄຜ່ນອ້ຍ ໃໝຮື້ໂຄບເຕັງ
ແລະອື່ນໆໆໆ
- ຄ້ອມວ່າພຣະກ່າວແລ້ວ ເລີຍຢູ່ຕຸນນະຫິ
ພາວະນາສະຖິດ ທີ່ໃນອາຮາມກວ້າງ
ກໍຫາກບໍລະບວນເບື້ອງສັບພັນຢູ່ຄະນິງຮໍ່າ
ຍັງທໍ່ທັມມະເທດບັ້ນ ຄາວໜ້າຊິຕໍ່ໄປ ແທ້ແລ້ວ.

ບັ້ນພິເສດ ໓ ທັມມະເທສະນາບັ້ນ.
- ບັດນີ້ຈັກກ່າວກ້ຳ ອົງເອກພຣະອິນຕາ
ເຈົ້າຫາກເປັນເທວາ ຢູ່ສະຫວັນເມືອງຟ້າ
ແຕ່ນັ້ນສີລາໄທ້ ທຳກະບວນໄຫວຫວັ່ນ
ເລີຍລ່ວງແຂງກະດ້າງ ອາຍຮ້ອນຕ່າງຫຼັງ
- ພຣະຈິງຫຼິງລໍ່າຢ້ຽມ ໂລກລຸ່ມຊຖມພູ ທີ່ພຸ້ນ
ກໍຈິງເຫັນສັບພັນຍູ ຢູ່ທຣົງສິນແກ້ວ
ກັບທັງປັດເສນເຈົ້າ ມີໃຈສາໂຫດ
ທຳບາບທຸກຄໍ້າເຊົ້າ ກິນເຫຼົ້າສູ່ວັນ
- ແລອື່ນໆໆໆ
໑. ບັ້ນທີ່ພຣະພຸດທະເຈົ້າຊົງສະແດງທັມແກ່ພຣະເຈົ້າປັດເສນທີ່ໂກສົນ ດັ່ງນີ້ ຄື:
- ອັນວ່າຈອມຣາຊາ ເໝືອນພໍ່ຄິງເຂົາແທ້
ຈຶ່ງໃຫ້ໄລເສັຍຖິ້ມ ອະຄະຕິທັງສີ ພຣະຍາເອີຍ
ໂທສາທຳໂທດຮ້ອຍ ໂກທາກິ້ວໂກດ ແທ້ເນີ
ຈົ່ງໃຫ້ອິນດູຝູງໄພ່ນ້ອຍ ຊາວບ້ານທົ່ວເມືອງ ເຈົ້າເອີຍ.

- ຊາດທີ່ເປັນພຣະຍານີ້ ຢ່າມີໃຈຮັກບ່ຽງ ພຣະຍາເອີຍ
ຢ່າໄດ້ຄິດຢາໄດ້ ຂອງຂ້າໄພ່ເມືອງງ ເຈົ້າເອີຍ.
ລະອະຄະຕິສີ່ນີ້ໄດ້ ຈຶ່ງຄວນສືບສະເຫວີຍເມືອງ
ຊົງສົມບັດຄອງເມືອງ ຊອບທັມຄວນແທ້.

- ອັນໜຶ່ງ ຈິດອ່ອນນ້ອມ ຄຳຮ້າຍແມ່ນບໍ່ມີ
ປາກກ່າວຕ້ານ ຄຳອ່ອນຫວານຫູ ແລນາ
ບໍ່ຫຼິ້ນຊູ້ ເມັຍຊ້ອນເພື່ອແພງ
ບໍ່ຄິດໂລບລ້ຽວ ລັກສິ່ງເອົາຂອງ ເພິ່ນນັ້ນ
ບໍ່ຕົວະບໍ່ພາງໃຜ ເພື່ອນສະຫາຍກັນແທ້

- ບໍ່ຂ້າສັດປະສົງເວັ້ນ ອິນດູສັດມາກຍິ່ງ
ບໍ່ຄິດໂລບລ້ຽວ ຈາຕ້າຍໃຫ້ບ້ຽງຄວາມ
ບໍ່ລາມຫຍາບຊ້າ ເກີນຮີດຄອງທັມ ແລນາ
ບໍ່ກິນສຸຣາເຫຼົ້າ ເອົາຕົນເວັ້ນຂາດ
ກັມແປດຈຳພວນີ້ ໃຜເວັ້ນປະເສີດດີ
ແລະອື່ນໆ ນອກຈາກນັ້ນຍັງມີບັ້ນ ອື່ນໆອີກຣວມກັນ ໑໐ ບັ້ນ ດັ່ງນີ້
໒. ບັ້ນສັ່ງສອນໃຫ້ແຜ່ເມດຕາໄປໃນສັດໂດຍບໍ່ມີປະມານ ດັ່ງນີ້
໓. ບັ້ນສັ່ງສອນໃຫ້ຊົງຕັ້ງຢູ່ໃນທົດສະຣາຊະທັມ
໔. ພຣະຍາສັນທະຣາດສອນໃຫ້ຮູ້ຈັກການໃຫ້ທານ
໕. ບັ້ນສອນໃຫ້ຮູ້ຈັກການປະຫຍັດ ແລະເພິ່ງຕົນເອງ.
໖. ບັ້ນສອນໃຫ້ຮຽນວິຊາຊີບຕ່າງໆ
໗. ບັ້ນສອນໃຫ້ຍິງຮູ້ຈັກວຽກບ້ານການເຮືອນ.
໘. ບັ້ນສອນໃຫ້ຮັກສາສິນຫ້າ.
໙. ບັ້ນສອນສາມີພັນລະຍາໃຫ້ຮູ້ຈັກໜ້າທີ່ຂອງຕົນ.
໑໐. ບັ້ນສັ່ງສອນໃຫ້ຮູ້ທັມນຽມຂອງສົງ.
- ໃນໜັງສືຊະນະສັນທະນີ້ ມີ ໑໐ ບັ້ນ ມີຈຳນວນ ໑໘໐ ກວ່າໜ້າ ໃນໜັງສືໃບລານ ຂຽນດ້ວຍອັກສອນລາວບູຮານກໍມີ ຂຽນດ້ວຍອັກສອນລາວເດີມກໍມີ ເພິ່ນຈະຂຽນເຈືອລະເນືອກັນໄປເລີຍ, ບໍ່ຂຽນຫົວຂໍ້ໄວ້ ຈະແຈ້ງ ແຕ່ບົດໃດຈົບ ເພີ່ນຈະວ່າໂຈະບົດໄວ້ ຄຳກອນໄວ້ນີ້ກ່ອນ ແລ້ວທໍ່ນີ້ຖວາຍໄວ້ພຣະຍອດຄຸນ ຈະແຈ້ງຜູ້ເທດ ຫຼືຜູ້ອ່າຈະຮູ້ວ່າຈົບແຕ່ລະບັ້ນໄປ. 

- ພິເສດ: ລາຍລະອຽດໂຜດຕິດຕາມຕໍ່ໄປຈະຈັດລຽງເປັນບັ້ນໆໆ
ທີ່ວັດວຽງຈະເລີນ ວັນທີ ໑໔ ກັນຍາ ໒໐໑໑
ໂດຍ
ພຣະຄຣູເນືອງພິລັກ ໂຊຕິທອນ
ຜູ້ຄົ້ນຄວ້າ ແລະຮຽບຮຽບ
(ສງວນລິຂສິດ)